Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ!

0
1605

Httpool Laos (ເອຈ໌ທີທີພູລ ລາວ) ແມ່ນບໍລິສັດໃນເຄືອຂອງ Aleph Holding (ອາເລັບ ໂຮນດີ້ງ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່, ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດແຕ່ຍັງໄດ້ສຳເລັດ Facebook Advertising Campaign (ແຄັມເປນໂຄສະນາທາງເຟສບຸກ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນແລະທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸກ (Facebook Authorized Sales Partner), ເພື່ອຊ່ວຍເຫຼືອບັນດາບໍລິສັດແລະແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ.

ໃນຖານະທີ່ເປັນແພຼັດຟອມດີຈີຕ້ອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ແລະຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ.

ການຊ່ວຍເຫຼືອ, ຄວາມຊ່ຽວຊານ, ແລະ ການສຶກສາ

ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ (Creative), ແລະ ການປະເມີນຜົນທີ່ໄດ້ຮັບ (Measurement) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ (Free of Charge) ເພື່ອໃຫ້ລຸກຄ້າທຸກຄົນມີຄວາມເຂົ້າໃຈຫຼາຍທີ່ສຸດໃນນໍາໃຊ້ເຟສບຸກສຳລັບການເຮັດໂຄສະນາໃຫ້ມີປະສິດທິພາບສູງສຸດ.

ການເພີ່ມຂຶ້ນຂອງວຽກງານດ້ານດິຈິຕ້ອນ ແລະ ການພັດທະນາດ້ານຜູ້ບໍລິໂພກຢູ່ໃນປະເທດລາວແມ່ນເປັນໂອກາດທີ່ດີສຳລັບແບຣນຕ່າງໆທີ່ຈະເຕີບໃຫຍ່, ໂດຍສະເພາະຜ່ານຂະແໜງດິຈິຕ້ອນ. ການເປັນຕົວແທນຕາງໜ້າໃຫ້ແພຼັດຟອມທີ່ສໍາຄັນຄືເຟສບຸກແມ່ນໂອກາດທີ່ດີແລະກໍເປັນຄວາມຮັບຜິດຊອບທີ່ທ້າທາຍຂອງບໍລິສັດເຊັ່ນດ່ຽວກັນ,” ກ່າວໂດຍ ທ່ານ ຊູເຮວ ພິສະຕາວາລາ (Shuhel Pistawala), ຫົວໜ້າຝ່າຍເຟສບຸກໃນຂົງເຂດອິນໂດຈີນຂອງ Httpool.

“ຖືວ່າເປັນປີທຳອິດທີ່ສຸດຍອດຫຼາຍ ແລະ ພວກເຮົາໄດ້ຮັບການຮ່ວມມືທີ່ດີເລີດຈາກບັນດາບໍລິສັດແລະບັນດາລູກຄ້າ, ພ້ອມທັງໄດ້ຮຽນຮູ້ແລກປ່ຽນກັນແລະກັນຫຼາຍຢ່າງໃນແຕ່ລະມື້ເພື່ອນໍາມາໃຊ້ປັບປຸງຜົນງານການເຮັດວຽກຂອງພວກເຮົາໃຫ້ດີຂຶ້ນຢູ່ເລື້ອຍໆ, ແລະກໍ່ຍັງຄົງສືບຕໍ່ພັດທະນາປັບປຸງເຊັ່ນນັ້ນຢ່າງຕໍ່ເນື່ອງ. ພວກເຮົາມີຄວາມຕື່ນເຕັ້ນທີ່ສຸດທີ່ຈະໄດ້ສຶບຕໍ່ນຳເອົາວິທີການເຮັດໂຄສະນາທາງເຟສບຸກມາສູ່ປະເທດລາວ ພ້ອມທັງມີຄວາມປິຕິຍິນດີຢ່າງຍິ່ງທີ່ຈະສະເໜີແບ່ງປັນ ແລະ ໃຫ້ຄໍາປຶກສາແກ່ບັນດາບໍລິສັດແລະບັນດາລູກຄ້າເພື່ອໃຫ້ສາມາດສ້າງການເຂົ້າເຖິງຂອງໂຄສະນາເຫຼົ່ານັ້ນໄດ້ດີຂຶ້ນໃນແຕ່ລະມື້. ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການນຳເອົາຄວາມຮູ້ດ້ານດີຈີຕ້ອນມາສູ່ປະເທດລາວແມ່ນຈະຖືກສືບຕໍ່ຂະຫຍາຍຕົວໃນປີນີ້ຢ່າງແນ່ນອນ,” ກ່າວໂດຍ ທ່ານ ວັນນະເລດ ພິມພະຈັນ (ຕົ້ງ), ຜູ້ບໍລິຫານການຮ່ວມມືກັບລູກຄ້າ – Httpool Laos.

ທີມງານຂອງ Httpool ໃນ ສປປ ລາວ ປັດຈຸບັນໄດ້ໃຫ້ບໍລິການຫຼາຍກວ່າ 90 ແບຣນໃນອຸດສາຫະກຳຕ່າງໆບໍ່ວ່າຈະເປັນໃນດ້ານສື່, ສິນຄ້າອຸປະໂພກ-ບໍລິໂພກ, ສຸຂະພາບ, ຄວາມບັນເທີງ, ດ້ານການເງິນ, e-commerce, ການສຶກສາ ແລະ ອື່ນໆ. ສປປ ລາວ ແມ່ນມີທີມງານຜູ້ຊ່ຽວຊານສະເພາະດ້ານດິຈິຕ້ອນຫຼາຍກວ່າ 25 ທ່ານທັງໃນປະເທດ ແລະ ໃນລະດັບພາກພື້ນຈາກປະເທດອິນເດຍ, ມຽນມາ, ແລະ ກຳປູເຈຍ.

“Httpool ແມ່ນຜູ້ໃຫ້ຄໍາແນະນໍາທໍາອິດທີ່ພວກເຮົາຈະໄປປຶກສາສະເໝີໃນເວລາພົບບັນຫາໃດໆກໍ່ຕາມທີ່ພວກເຮົາບໍ່ສາມາດຊອກຫາວິທີແກ້ໄຂໃຫ້ກັບລູກຄ້າຂອງພວກເຮົາໄດ້ ແລະ ພວກເຮົາກໍ່ມີຄວາມດີໃຈທີ່ຊ່ວງໄລຍະປີທີ່ຜ່ານມາແມ່ນບໍ່ພົບບັນຫາໃຫຍ່ໂຕໃດເລີຍທີ່ທັງສອງທີມພວກເຮົາຈະຫາທາງອອກບໍ່ໄດ້ ຖືວ່າເປັນການເຮັດວຽກທີ່ໜ້າພໍໃຈສໍາລັບພວກເຮົາຫຼາຍ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮຽນຮູ້ເພີ່ມຕື່ມຈາກທີມ Httpool ແລະ ແພຼັດຟອມເຟສບຸກເຊັ່ນກັນ,” ກ່າວ ຜູ້ບໍລິຫານ ເອເຈນຊີໂຄສະນາ ໃດໜຶ່ງ.

“ບັນດາທີມງານຜູ້ຊ່ຽວຊານຂອງ Httpool ມີຄວາມເປັນມືອາຊີບ ແລະ ມີຄວາມຫ້າວຫັນສູງໃນການແກ້ໄຂບັນຫາ ແລະ ຄົ້ນຄວ້າຫາທາງອອກດ້ວຍຜົນງານທີ່ໜ້າປະທັບໃຈ. ປະກອບກັບບຸກຄະລິກທີ່ເປັນມິດ ແລະ ເຂົ້າຫາໄດ້ງ່າຍ, ພວກເຮົາຮູ້ສຶກສະບາຍໃຈທຸກຄັ້ງທີ່ຈະຂໍຄວາມຊ່ວຍເຫຼືອຈາກທາງເພິ່ນ ແລະ ພວກເຮົາກໍ່ໝັ້ນໃຈວ່າບັນດາບໍລິສັດແລະລູກຄ້າອື່ນໆກໍ່ມີຄວາມຮູ້ສຶກດຽວກັນ,” ກ່າວໂດຍ ຜູ້ຈັດການດ້ານສື່ໂຄສະນາ ຂອງກຸ່ມບໍລິສັດໃດໜຶ່ງ.

“Httpool ໄດ້ໃຫ້ການຊ່ວຍເຫຼືອທີ່ເປັນປະໂຫຍດສູງ ແລະ ສະໜອງຂໍ້ມູນພ້ອມແລກປ່ຽນຄວາມຮູ້ເພື່ອປັບປຸງແຜນການໂຄສະນາຂອງພວກເຮົາ,” ກ່າວໂດຍ  ຜູ້ຈັດການດ້ານການຕະຫຼາດ ຂອງກຸ່ມບໍລິສັດໃດໜຶ່ງ.

ເຊື່ອມໂຍງ ແລະ ພັດທະນາລະບົບນິເວດດິຈິຕ້ອນພາຍໃນປະເທດ:

Httpool ເປັນບໍລິສັດໜຶ່ງທີ່ມີຜົນງານພົ້ນເດັ່ນລະດັບໂລກຕະຫຼອດໄລຍະເວລາ 20 ປີ ຂອງການດຳເນີນທຸລະກິດ. ບໍລິສັດມຸ່ງໝັ້ນທີ່ຈະເຊື່ອມໂຍງລະບົບນິເວດທາງດິຈິຕ້ອນໂດຍເຮັດໜ້າທີ່ເປັນຕົວເຊື່ອມຕໍ່ລະຫວ່າງຜູ້ເຮັດໂຄສະນາແລະແພຼັດຟອມທາງດິຈິຕ້ອນ. ດ້ວຍຜົນງານທີ່ພົ້ນເດັ່ນແຕ່ປີ 2020 ເປັນຕົ້ນມາ, ທີມງານຂອງ Httpool ລາວ ໄດ້ມຸ່ງໝັ້ນສືບຕໍ່ເຮັດວຽກຢ່າງໜັກເພື່ອຊຸກຍູ້ພັກດັນທຸລະກິດແລະໃຫ້ຄວາມຮູ້ແກ່ລຸກຄ້າທຸກໆທ່ານເພື່ອໃຫ້ສາມາດໄດ້ຮັບຜົນປະໂຫຍດແລະໂອກາດສູງສຸດໃນການນໍາໃຊ້ເຟສບຸກເພື່ອເຮັດການໂຄສະນາ.